ບໍ່ມີ
-
ບ້ານນາງີ້ວ ເມືອງໄຊຍະບູລີ
-
ວັດພູຜາບຸພພາຣາມ ຕັ້ງຊື່ຕາມທີ່ຕັ້ງຂອງວັດ ດ້ານຫຼັງວັດມີພູຜາປ່າໄມ້ອຸດົມສົມບູນ ເປັນວັດທີ່ຍ້າຍມາຕັ້ງໃໝ່ ປີ 1978 (ຍົກຍ້າຍຕາມບ້ານ) ແຕ່ເດີມແມ່ນຢູ່ບ້ານເກົ່າ ໃກ້ກັບສາຍນໍ້າຮຸ່ງ ເນື່ອງຈາກເກີດພະຍາດລະບາດ ມີຄົນຕາຍຕິດຕໍ່ກັນຈຳນວນຫຼາຍ 10 ປາຍກົ່ວຄົນ ພາຍໃນ 2 ອາທິດ ຈີ່ງພາກັນມາຕັ້ງບ້ານໃນສະຖານທີ່ປະຈຸບັນ ໂດຍການນຳພາຂອງພໍ່ເຖົ້າ....... ນາຍບ້ານຄົນທຳອິດ(ປະຈຸບັນຍັງມີຊີວິດຢູ່ ອາຍຸເກືອບ 90 ປີແລ້ວ)
+++ ປະຈຸບັນນີ້ ວັດມີສີ່ງປຸກສ້າງ 4 ຢ່າງຄື: ກຸດຕິນ້ອຍ ເຮັດດ້ວຍໄມ້ 1 ຫຼັງ, ຫ້ອງນໍ້າ(ທັນສະໄໝ) 2 ຫ້ອງ, ຫໍບູຊາພຣະ 1 ຫໍ ແລະສາລາໂຮງທັມສ້າງໃໝ່ 1 ຫຼັງ ເຮັດດ້ວຍປູນຊູມັງ ໂຄງຫຼັງຄາເປັນໄມ້ ມຸງດ້ວຍກະເບື້ອງ ຊົງເອນ ປະສົມສີລະປະແບບຫຼວງພຣະບາງ ແລະຊຽງໃໝ່ (ເລີ່ມສ້າງປີ 2022 ປະຈຸບັນຍັງບໍ່ສຳເລັດເທື່ອ) ມີພຣະພຸດທະຮູບປະທານເຮັດດ້ວຍປູນ ທາສີຂາວສວຍງາມ (ຈຳລອງຈາກ ພຣະເຈົ້າອົງຫຼວງ ທີ່ຄົ້ນພົບຢູ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ) ໂດຍມີ ພຣະແສງທຽນ(ແດງ) ແສນທອນ ວັດສີສະຫວ່າງວົງ ເມືອງໄຊຍະບູລີ ເປັນນາຍຊ່າງ ສ້າງປີ 2024